ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກຮາກຖານໂຮງຮຽນ 307 ດໍາເນີນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V

ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ ​ເປັນ​ປະທານ

     ໃນວັນທີ 14 ມີນາ 2024 ນີ້, ຄະນະພັກຮາກຖານໂຮງຮຽນ 307 ໄດ້ດໍາເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງຕົນຂຶ້ນ,
ໂດຍການເປັນປະທານຂອງສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາ
ທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ມີພະນັກງານປະຕິວັດອາວຸໂສບໍານານ ອາດີດຄະນະພັກ-ຄະນະອໍານວຍການໂຮງຮຽນ 307,
ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານສະມາຊິກພັກເຂົ້າຮ່ວມ.

      ສະຫາຍ ພັນໂທ ບຸນສະຫຼອງ ວິໄລຫານ ຮອງເລຂາຄະນະພັກຮາກຖານ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກໃນໄລຍະ 5 ປີ
ຜ່ານມາເຊິ່ງຍົກໃຫ້ເຫັນ ຄະນະພັກຮາກຖານໂຮງຮຽນ 307 ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກ
ງານ-ສະມາຊິກພັກ, ນັກຮົບ ມີທັດສະນະຫຼັກໝັ້ນຊົນຊັ້ນ, ກຳແໜ້ນທິດສະດີມາກ-ເລນິນ, ອຸດົມການຂອງພັກ ແລະ ແນວຄິດປະທານ ໄກ
ສອນ ພົມວິຫານ, ໂດຍສຸມໃສ່ຈັດຕັ້ງຄົ້ນຄ້ວາເຊື່ອມຊຶມ, ປາຖະກະຖາ, ຮໍ່າຮຽນມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງພັກ, ກົດໝາຍຂອງ
ລັດ, ເປີດບັ້ນດໍາເນີນຊີວິດການເມືອງພາຍໃນພັກເປັນປົກກະຕິ ທັງປັບປຸງກໍ່ສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນທັງ 4 ດ້ານ, ຊີ້ນໍາຂະບວນ
ການສ້າງກອງ 3 ປອດ ຕິດພັນກັບການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ, ສາມາດສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ມີ 6 ໜ່ວຍ
ພັກ, ຕີລາຄາແບ່ງຄຸນນະພາບຂອງສະມາຊິກພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 172 ສະຫາຍ, ຍິງ 45 ສະຫາຍ ເທົ່າກັບ100%.

      ໃນພິທີ, ໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານໂຮງຮຽນ 307 ຊຸດໃໝ່ໄດ້ 7 ສະຫາຍ ໃນນີ້, ສະຫາຍ ພັນເອກ ສີເຟືອງ ແກ້ວບົວ
ພອນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ບຸນສະຫຼອງ ວິໄລຫານ ເປັນຮອງເລຂາ ແລະ ສະຫາຍ ພັນໂທ ສອນໄຊ ພົມມາວົງ ເປັນ
ປະທານກວດກາ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 15/03/2024